ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ນະຄອນປາກເຊ ແຂວງຈຳປາສັກ ຈັດກອງປະຊຸມ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ພິທີເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື
  • ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄ
  • ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈ
ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື່ອນໄຫວຊຸກຍູ້ ວຽກງານໂຄສະນາອົບຮົມ ຢູ່ທີ່ 3ເມືອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື່ອນໄຫວຊຸກຍູ້ ວຽກງານໂຄສະນາອົບຮົມ ຢູ່ທີ່ 3ເມືອງ

     ໃນວັນທີ 19-20 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ ວຽ...
ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ V ປະຈໍາປີ 2023

ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ V ປະຈໍາປີ 2023

      ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອ...
Previous
Next

ຂ່າວໃໝ່

ໃນທົ່ວແຂວງຈຳປາສັກ ເອົາໃຈໃສຈັດພິທີປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ

ໃນທົ່ວແຂວງຈຳປາສັກ ເອົາໃຈໃສຈັດພິທີປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ

      ນັບແຕ່ລະວັນທີ 9 ທັນວາ 2022 ເປັນຕົ້ນມາ (9-16 ທັນວາ 2022) ໃນທົ່ວແຂວງຈຳປາສັກ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງພິທີປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47ປີ ( 02 ທັນວາ 1975-02 ທັນວາ 2022 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ  ( 13 ທັນວາ 1920-13 ທັນວາ 2022 ) ຂື້ນຢ່າງເປັນຂະບວນຟົດຟື້ນ, ພາຍໃຕ້ການນໍາພາຂອງ ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສ, ຄະນະພັກຮາກຖານ ກຸ່ມບ້ານ ເຊິ່ງໃນນັ້ນປະກອບມີ:

        - ຢູ່ຂັ້ນແຂວງ ປະຕິບັດໄດ້ 3 ຄັ້ງ ຄື: ມີຈໍານວນພົນເຂົ້າຮ່ວມ 522 ເທື່ອຄົນ, ຍິງ 177ເທື່ອຄົນ; ໃນນັ້ນ ສະມາຊິກພັກ 498 ສະຫາຍ, ຍິງ 142 ສະຫາຍ.

      - ຢູ່ຂັ້ນເມືອງ ປະຕິບັດໄດ້ 11 ຄັ້ງ ຄື: ມີຈໍານວນພົນເຂົ້າຮ່ວມ 1,458 ເທື່ອຄົນ, ຍິງ 553ເທື່ອຄົນ; ໃນນັ້ນ ສະມາຊິກພັກ 1,172 ສະຫາຍ, ຍິງ 446 ສະຫາຍ.

        ທັງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຫັນໄດ້ມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.

      ໂອກາດດຽວກັນ, ຍັງຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ວ່າ: ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

     ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ, ພວກເຮົາຈົ່ງຮໍ່າຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືເປັນໄມ້ຫລາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

192100
ມື້ນີ້ມື້ນີ້176
ມື້ວານນີ້ມື້ວານນີ້192
ອາທິດນີ້ອາທິດນີ້303
ເດືອນນີ້ເດືອນນີ້6383
ທັງໝົດທັງໝົດ192100

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ