ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂພນທອງ ກາງສະໄໝທີ VIII
ໃນຄັ້ງວັນທີ 19-21 ຕຸລາ 2022 ທີ່ຜ່ານມາ, ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂພນທອງ ກາງສະໄໝທີ VIII; ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢູ່ທີ່ສະໂມສອນ ເມືອງໂພນທອງ ແຂວງຈຳປາສັກ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ, ສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ.
ໂດຍມີບັນດາສະຫາຍຮອງເລຂາພັກເມືອງ, ສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ, ຍິງ 11 ສະຫາຍ.
ໃນກອງປະຊຸມ ສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ລາຍງານບົດສະຫຼຸບ ການນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໃນໄລຍະກາງສະໄໝ. ຈາກນັ້ນ; ຜູ້ແທນກອງປະຊຸມ ກໍ່ຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ບົດສຳຫຼວດການນຳພາລວມ.
ພ້ອມດຽວກັນນັ້ນ; ກອງປະຊຸມ ຍັງຈະໄດ້ດຳເນີນການທາບທາມຢັ່ງຫາງສຽງ ຄວາມໄວ້ວາງໃຈຕໍ່ບຸກຄົນໃນຄະນະພັກ ແລະ ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງ. ເຊິ່ງກອງປະຊຸມດັ່ງກ່າວໄດ້ດຳເດີນໄປເປັນເວລາ 3 ວັນ ແລະ ໄດ້ສຳເລັດລົງຢ່າງເປັນທາງການ ໃນວັນທີ 21 ຕຸລາ 2022.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 198 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 656 |
![]() | ເດືອນນີ້ | 321 |
![]() | ທັງໝົດ | 137203 |