ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງຈຳປາສັກ ປິດຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ລະບົບ 45 ວັນ ຊຸດທີ VI ປີ 2022
ໃນຄັ້ງວັນທີ 14 ກັນຍາ 2022 ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ VI ປີ 2022 ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ພິມພອນ ພັນດານຸວົງ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ.
ໂດຍມີສະຫາຍ ບຸນປັນ ມະຫາລາດ ຮອງເລຂາຫນ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ສະຫາຍນາງ ແກ້ງພະນົມພອນ ໃບພອນ ເລຂາຫນ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມເມືອງປາກຊ່ອງ ຫົວຫນ້າສູນຝຶກອົບຮົມຂອງເມືອງ, ມີແຂກທີ່ຖືກເຊີນຈາກຫ້ອງການອ້ອມຂ້າງເມືອງ, ບັນດາຄູ-ອາຈານ ຈາກຄະນະໂຄສະນາອົບຮົມເມືອງ-ຫ້ອງການອ້ອມຂ້າງ ແລະ ນັກສຳມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ທັງ ໝົດ ຈໍານວນ 57 ທ່ານ ຍິງ, 16 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ນາງ ແກ້ງພະນົມພອນ ໃບພອນ ເລຂາຫນ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມເມືອງປາກຊ່ອງ ຫົວຫນ້າສູນຝຶກອົບຮົມຂອງເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການດໍາເນີນຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ VI ປີ 2022
ຈາກນັ້ນ, ສະຫາຍ ພິມພອນ ພັນດານຸວົງ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ ປະທານພິທີ ໄດ້ໃຫ້ກຽດມອບໃບຍອງຍໍໃຫ້ແກ່ບັນດາຄູ-ອາຈານ ແລະ ມອບຢັ້ງຢຶນໃຫ້ແກ່ນັກສໍາມະນາກອນທີ່ສໍາເລັດການຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ VI ປີ 2022 ໃນຄັ້ງນີ້.
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 119 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 340 |
![]() | ເດືອນນີ້ | 599 |
![]() | ທັງໝົດ | 180308 |