ເມືອງຊະນະສົມບູນຈັດພິທີປາຖະກະຖາ 3 ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ
ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2022 ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ. ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ທ່ານ ຂາວພອນ ສີຍາທະຈັນ ຮອງເລຂາຄະນະບໍລິຫານການພັກເມືອງ.
ໂດຍມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ນາຍທະຫານ, ນາຍ ແລະ ພົນຕໍາຫລວດ, ເລຂາຄະນະພັກຮາກຖານກຸ່ມບ້ານ, ຕະຫລອດຮອດພະນັກງານລັດຖະກອນເຂົ້າຮ່ວທັງໝົດຈໍານວນ 150 ທ່ານ, ຍິງ 85 ທ່ານ; ສະມາຊິກພັກ 137 ສະຫາຍ, ຍິງ 53 ສະຫາຍ.
ເອກະສານທີ່ນໍາມາປາຖະກະຖາຄັ້ງນີ້ ຄື: ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ(15 ສິງຫາ 1991-15 ສິງຫາ 2022), ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 77ປີ (23 ສິງຫາ 1945-23 ສິງຫາ 2022), ວັນສ້າງຕັ້ງຊື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 72 ປີ.
ມີ 19 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 120 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 341 |
![]() | ເດືອນນີ້ | 600 |
![]() | ທັງໝົດ | 180309 |