ການປະຕິບັດກ່ຽວກັບແຜນການເຄື່ອນໄຫວນຳພາ-ຊີ້ນຳ, ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານການພັດທະນາຮອບດ້ານ ຂອງກຸ່ມບ້ານພັດທະນາທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ
ໃນຕອນເຊົ້າຂອງວັນທີ 29 ມີນາ 2022 ໃຫ້ກຽດນຳໂດຍທ່ານ ປະລິຍາເອກ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ລົງເຄື່ອນໄຫວກ່ຽວກັບແຜນການເຄື່ອນໄຫວນຳພາ-ຊີ້ນຳ, ລົງຊຸກຍູ້ວຽກງານຮອບດ້ານ, ພົບປະໂອ້ລົມ ແລະ ຮັບຟັງຂໍ້ສະເໜີ ຂອງກຸ່ມບ້ານພັດທະນາທົ່ງກາຫຼົງ.
ເຊິ່ງມີຄະນະການນຳ ແລະ ພາກສ່ວນຕິດຕາມຄື: ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ, ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານເມືອງປາກຊ່ອງ ແລະ ພ້ອມດ້ວຍຄະນະນຳຈາກພະແນກການອ້ອມຂ້າງເຊັ່ນ: ກອງບັນຊາການທະຫານແຂວງ, ພະແນກສຶກສາທິການ ແລະ ສຶກສາແຂວງ, ພະແນກແຜນການ ແລະ ການລົງທຶນ, ພະແນກພາຍໃນແຂວງ, ຫ້ອງວ່າການປົກຄອງແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກອູດສາຫະກຳ ແລະ ການຄ້າແຂວງ, ພະແນກສາທາລະນະສຸກແຂວງ, ພະແນກກະສິກຳແລະປ່າໄມ້ແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ.
ໃນກອງປະຊຸມ ການນໍາເມືອງໄດ້ກ່າວຕ້ອນຮັບ ສະຫາຍ ເລຂາພັກແຂວງ ພ້ອມຄະນະນໍາຂັ້ນແຂວງ ທີ່ໄດ້ລົງມານໍາພາ-ຊີ້ນໍາ, ຊຸກຍູ້ວຽກງານຢູ່ເມືອງຂອງຕົນ ແລະ ໄດ້ລາຍງານຄວາມຄືບໜ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ວຍທຶນສົມທົບຈາກລັດຖະບານ ສສ ຫວຽດນາມ ຢູ່ທົ່ງກາຫຼົງ ພ້ອມທັງຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກຸ່ມບ້ານພັດທະນາທົ່ງກາຫຼົງ ຈາກອໍານາດການປົກຄອງບ້ານ ເຊິ່ງໃຫ້ຮູ້ວ່າ: ຄະນະກອງພັດທະນາທົ່ງກາຫຼົງໄດ້ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນບ້ານ ເຮັດການຜະລິດເປັນກຸ່ມເຊິ່ງມີຢູ່ 3 ກຸ່ມຜະລິດ ຄືໄດ້ ສ້າງກຸ່ມຜະລິດພືດຜັກເປັນສິນຄ້າ ມີ 27 ຄອບຄົວ ແລະປັດຈຸບັນໄດ້ຮັບການຢັ້ງຢືນຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ເປັນກຸ່ມຜະລິດກະສິກຳທີ່ດີ (GAP); ກຸ່ມລ້ຽງສັດ ມີ 29 ຄອບຄົວ, ມີສັດລ້ຽງປະເພດງົວ 581 ໂຕ, ພໍ່ພັນ 63 ໂຕ. ແລະ ກຸ່ມຜະລິດກາເຟເປັນສິນຄ້າ ມີ 56 ຄອບຄົວ ແລະ ໄດ້ ສ້າງກອງທຶນຂອງບ້ານ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຮອດປັດຈຸບັນມີສະມາຊິກເພີ້ມຂື້ນ 56 ຄອບຄົວ, ມີເງິນກອງທຶນ 79.860.000 ກີບ; ແລະການຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງການຕ່າງໆທີ່ກຳນົດໃນແຜນສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ ລວມມີ 4 ແຜນງານ 35 ໂຄງການ, ຈາກການລົງປະເມີນວຽກງານຮອບດ້ານຂອງບ້ານ ປີ 2021 ໃນການທຳການຜະລິດກະສິກຳເປັນສິນຄ້າຈາກຫຼາຍພາກສ່ວນ ເຫັນໄດ້ວ່າຜົນຜະລິດຂອງຊາວກະສິກອນເພີ້ມຂື້ນ ແລະ ສ້າງລາຍຮັບສູງຂື້ນກວ່າເກົ່າ , ພາຍໃນບ້ານມີດິນກະສິກຳ 2.101 ເຮັກຕາ, ເນື້ອທີ່ປູກກາເຟ 610,47 ເຮັກຕາ, ໃຫ້ຜົນຜະລິດທັງໝົດ 1.910.482 ໂຕນ, ປູກພືດຜັກ ແລະ ພືດເສດຖະກິດ ເນື້ອທີ່ 1.399,91 ເຮັກຕາ , ຜົນຜະລິດບັນລຸໄດ້: 22.747 ໂຕນ, ການລ້ຽງສັດກໍ່ໄດ້ຮັບການຊຸກຍູ້ສົ່ງເສີມມີການຂະຫຍາຍ ຕົວເພິ່ນຂຶ້ນພາຍໃນບ້ານມີ ສັດລ້ຽງທັງໝົດ 5.969 ໂຕ , ສາມາດສ້າງລາຍຮັບໄດ້ທັງໝົດ 20.766.016.000 ກີບ, ສະເລ່ຍໃສ່ພົນລະເມືອງເພີ້ມຂຶ້ນຈາກ 7.995.893 ກີບ ຫຼື 908,62 ໂດລາສະຫາລັດ ໃນປີ 2020 ມາເປັນ 12.108.464 ກີບ ຫຼື ເທົ່າກັບ 1.083 ໂດລາສະຫາລັດ/ຄົນ ໃນປີ 2021 (ເພີ້ມຂຶ້ນ 33,98%), ສະແດງອອກພຶ້ນຖານຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ ມີຄອບຄົວຕົວແບບດ້ານຕ່າງໆ 37 ຄອບຄົວ, ສ້າງໄດ້ຄອບຄົວພັດທະນາ ຢູ່ດີກິນດີ 381 ຄອບຄົວ ກວມ 89.22% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 16.60%, ຄອບຄົວກຸ້ມກິນ 46 ຄອບຄົວ ກວມ 10,78%, ສາມາດລົບລ້າງໄດ້ຄອບຄົວທຸກຍາກ 100% ອັນໄດ້ເຮັດໃຫ້ເສດຖະກິດພາຍໃນບ້ານມີລາຍຮັບ ບັນລຸໄດ້ຕາມລະດັບຄາດໝາຍ ທີ່ຂັ້ນເທິງວາງອອກ.
ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ກໍໄດ້ມີຄຳເຫັນຊີ້ນຳ ເພື່ອສືບຕໍ່ ໃນການຈັດຕັ້ງປະຕິບັດວຽກງານຈຸດສຸມທົ່ງກາຫລົງ ໃຫ້ໄດ້ຮັບການພັດທະນາຍິງຂຶ້ນກວ່າເກົ່າ ແລະ ການຈັດຕິປະບັດ ກອງປະຊຸມຄັ້ງທີ 5 ສະໄໝທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວາງອອກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ໃນການສ້າງໃຫ້ບ້ານກາຍເປັນພື້ນຖານການເມືອງເສດຖະກິດ-ສັງຄົມ-ວັດທະນະທໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໝັ້ນຄົງຍືນຍົງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ໂດຍໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານ ສືບຕໍ່ໃນການສຶກສາ ອົບຮົມການເມືອງແນວຄິດ ໂດຍການກວດກາຄືນ ໃນການພັດທະນາບັນດາກິດຈະກໍາດ້ານຕ່າງທີ່ປະຕິບັດຢູ່ໃນບ້ານ ເພື່ອເປັນການກວດກາຄືນ ອັນໃດທີ່ເຮັດໄດ້ດີ ແລະ ອັນໃດທີ່ຍັງຈະຕ້ອງໄດ້ ສືບຕໍ່ ໃນການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ໃນການຈັດຕັ້ງປະຕິບັດຄໍາສັ່ງແນະນໍາ ເລກທີ 03/ກມສພ, ມະຕິ 25/ກມສພ ວ່າດ້ວຍວຽກງານສາມສ້າງ, ມະຕິ 056/ກມສພ ວ່າດ້ວຍການປັບປຸງຮາກຖານການເມືອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຄໍາສັ່ງ 097/ກມສພ ວ່າດ້ວຍການເພີ່ມທະວີ ວຽກງານພັດທະນາຊົນນະບົດຮອບດ້ານໃນໄລຍະໃໝ່ ແລະ ດໍາລັດ 348/ລບ ແລະ ບັນດານິຕິກຳຂອງແຂວງວາງອອກ, ຕ້ອງຖືເອົາວຽກສຶກສາອົບຮົມແນວຄິດຕິດພັນກັບການປັບປຸງລະບົບການເມືອງພາຍໃນບ້ານ ໃຫ້ມີຄວາມເຂັ້ມແຂງ ໜ່ວຍພັກທີ່ໄດ້ຮັບການກໍ່ສ້າງ ແລະ ຍັງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສືບຕໍ່ກວດກາປະເມີນໃນແຕ່ລະໄລຍະ ເພື່ອຮັກສາໄດ້ມູນເຊື້ອ; ອົງການປົກຄອງບ້ານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ເອົາໃຈໃສ່ໃນການເຄື່ອນໄຫວປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໂດຍຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດຢ່າງເປັນປົກກະຕິຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍໃຫ້ສືບຕໍ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາถนนເຜົ່າພາຍໃນບ້ານ ແລະ ປຸກລະດົມປະຊາຊົນພາຍໃນບ້ານເປັນກໍາລັງແຮງໃນການສ້າງສາພັດທະນາ.
ຮູບພາບການປະກອບຄໍາເຫັນຂອງຄະນະນໍາຂອງແຂວງ, ຂອງເມືອງ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 46 |
![]() | ມື້ວານນີ້ | 94 |
![]() | ອາທິດນີ້ | 350 |
![]() | ເດືອນນີ້ | 1053 |
![]() | ທັງໝົດ | 102758 |