- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພະຫັດ, 24 ມີນາ 2022 06:08
-
ຂຽນໂດຍ ptcps

ພະແນກຍຸຕິທໍາ ແຂວງຈໍາປາສັກ ຈັດຕັ້ງເຊື່ອມຊືມມະຕິຄົບຄະນະຂອງສູນກາງ, ຂອງແຂວງ ແລະ ປາຖະກະຖາວັນສໍາຄັນຂອງຊາດ-ຂອງພັກ
ໃນຕອນເຊົ້າຂອງວັນທີ 24 ມີນາ 2022 ພະແນກຍຸຕິທຳ ແຂວງຈຳປາສັກ ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ, ມະຕິຄົບຄະນະຄັ້ງທີ 6 ສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈຳປາສັກ ແລະ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67ປີ (22/3/1955-22/3/2022), ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ(21/3/1946-21/3/2022) ຂຶ້ນທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ພາຍໃຕ້ການໃຫ້ກຽດເປັນປະທານ ເຜີຍແຜ່ເອກະສານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ຄະນະໜວ່ຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ
ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸດຕິທຳແຂວງ ພ້ອມດ້ວຍຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານວິຊາການເຂົ້າຮວ່ມທັງໝົດ 34 ທ່ານ ຍິງ 15 ທ່ານ ສະມາຊິກພັກ 17 ສະຫາຍ ຍິງ 08 ສະຫາຍ.