ທ່ານ ປອ ວັນນະລາ ສຸດທິຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ໃຫ້ກຽດປາຖະກະຖາເອກະສານວັນສໍາຄັນຂອງພັກ, ຂອງຊາດ ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ
ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2022 ທ່ານ ປອ ວັນນະລາ ສຸດທິຈັກ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ໃຫ້ກຽດເປັນປະທານປາຖະກະຖາເອກະສານວັນສໍາຄັນຂອງພັກ, ຂອງຊາດ ແລະ ຂອງທ່ານຜູ້ນໍາ ໃຫ້ແກ່ພະນັກງານ, ສະມາ ຊິກພັກ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມສູນຜະລິດເມັດພັນພືດ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງກອງບັນຊາການທະຫານແຂວງຈຳປາສັກ ຄົບຮອບ 60 ປີ, ວັນສ້າງຕັ້ງກຳລັງປອ້ງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ, ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ-ສປ ຈີນ ຄົບຮອບ 61 ປີ, ວັນປົດປອ່ຍພາກໃຕ້ຫວຽດນາມ ຄົບຮອບ 47 ປີ ແລະວັນເກີດທ່ານ ວອ ເລນິນ ຄົບຮອບ 152 ປີ.
ໂດຍການເຂົ້າຮ່ວມຂອງ ທ່ານ ສີຮອງ ຄຳສະເດັດ, ທ່ານ ຄຳ ນິລາວົງ ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ບັນດາຄະນະພະ ແນກ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈາກ 16 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ ເຂົ້າຮວມ ຈໍານວນ 67 ສະຫາຍ ຍິງ 14 ສະຫາຍ.
ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021
ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2022 ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ 406 ສຳນັກງານແຂວງຈຳປາສັກ. ພາຍ ໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຄື່ອນໄຫວຈັດຕັ້ງໂຄສະນາປາຖະກະຖາ 4 ວັນປະຫັວດສາດ
ໃນອາທິດທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຄື່ອນໄຫວຈັດຕັ້ງໂຄສະນາປາຖະກະຖາເອກະສານ 4 ວັນປະຫັວດສາດຂອງພັກ, ຂອງຊາດ ແລະ ຂອງທ່ານຜູ້ນໍາທັງພາຍໃນ ແລະ ຕ່າງປະເທດ ຄື: ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບ ຮອບ 61 ປີ, (5 ເມສາ 1961-5 ເມສາ 2022), ວັນເກີດທ່ານ ວະລາລີເມຍ ອີລີສ ເລນິນ ຄົບຮອບ 152 ປີ (22 ເມສາ 1870-22 ເມສາ 2022), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ - ສປ ຈີນ ຄົບຮອບ 61ປີ (25ເມສາ1961-25 ເມສາ 2022) , ວັນປົດປອ່ຍພາກໃຕ້ຫວຽດນາມ ຄົບຮອບຄົບຮອບ 47 ປີ (30 ເມສາ 1975-30 ເມສາ 2022 ) ເຊິ່ງປະຕິບັດໄດ້ 2 ຊຸດຄື:
ກອງປະຊຸມສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ ຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້.
ໃນວັນທີ 10 ພຶດສະພາ 2022; ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຈຳປາສັກ ໂດຍການເປັນປະທານຮ່ວມ ຂອງສະຫາຍ ປອ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາ ສາດ ສະພາທິດສະດີສູນກາງພັກ; ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ, ມີບັນ ດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ຄະນະພັກເມືອງ ແລະ ພະແນກການຕ່າງໆຈາກ 5 ແຂວງພາກໃຕ້ເຂົ້າຮ່ວມ
ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຄື່ອນໄຫວເຊື່ອມຊຶມ, ໂຄສະນາປາຖະກະຖາເອກະສານສໍາຄັນຂອງພັກ, ຂອງຊາດ ໃຫ້ແກ່ພະນັກງານ, ສະມາຊິກພັກ ຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງ
ວັນທີ 22 ເມສາ 2022, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ, ໄດ້ລົງເຄື່ອນໄຫວເຊື່ອມຊຶມ ແລະ ໂຄສະນາປາຖະກະຖາເອກະສານສໍາຄັນຕ່າງໆ ຂອງພັກແລະ ຂອງຊາດ ໃຫ້ແກ່ພະນັກງານ, ສະມາຊິກພັກໃນຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງຈໍາປາສັກ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 94 |
![]() | ອາທິດນີ້ | 355 |
![]() | ເດືອນນີ້ | 1058 |
![]() | ທັງໝົດ | 102763 |